ECpos

ຄູ່ມືການໃຊ້ງານ — ລະບົບ POS ສຳລັບຮ້ານອາຫານ ແລະ ຄາເຟ

ເວີຊັ່ນ 1.0.0

← ກັບໜ້າ ECpos

📋 ສາລະບານ

📲

ວິທີຕິດຕັ້ງ ECpos

ດາວໂຫຼດ ແລະ ຕິດຕັ້ງໃນ Windows ຫຼື Android

🖥️
Windows 10 / 11
ສຳລັບຄອມພິວເຕີໜ້າເຄົາເຕີ — ດາວໂຫຼດ .zip ແຕກໄຟລ໌ ແລ້ວຄລິກ pos_app.exe
📱
Android 8.0+
ສຳລັບ Tablet ໃນຄົວ ແລະ ໂທລະສັບ — ດາວໂຫຼດ .apk ຕິດຕັ້ງໂດຍກົງ
🌐
ຕ້ອງການ Internet
ໃຊ້ internet ສຳລັບ sync ຂໍ້ມູນລະຫວ່າງ Windows ແລະ Android ໃຫ້ real-time

🖥️ ຕິດຕັ້ງ Windows

1

ດາວໂຫຼດໄຟລ໌

ໄປທີ່ /ecpos/download/ ກົດດາວໂຫຼດ ECpos-Setup-v1.0.0.exe

2

ຄລິກຕິດຕັ້ງ

Double-click ໄຟລ໌ → ກົດ Next → Install — ລະບົບຈະຕິດຕັ້ງໄປທີ່ C:\Program Files\ECpos\

3

ເປີດ App

ຫຼັງຕິດຕັ້ງສຳເລັດ — ມີ Shortcut ECpos ທີ່ Desktop ຄລິກເປີດໄດ້ເລີຍ

ຖອນການຕິດຕັ້ງ: ໄປ Settings → Apps → ຄົ້ນຫາ ECpos → Uninstall ໄດ້ຕາມປົກກະຕິ

📱 ຕິດຕັ້ງ Android

1

ເປີດ Unknown Apps

ໄປ Settings → Security → ເປີດ Install unknown apps

2

ດາວໂຫຼດ APK

ດາວໂຫຼດ ECpos.apk ຈາກໜ້າ download

3

ຕິດຕັ້ງ ແລະ ເປີດ

ກົດ Install → ເປີດ App → Login ດ້ວຍ Shop Code

ໝາຍເຫດ: Android ອາດຈະຖາມ "Install anyway?" ກົດ Install anyway ໄດ້ເລີຍ — ໄຟລ໌ປອດໄພ
🔐

ການເຂົ້າສູ່ລະບົບ

Login ດ້ວຍ Shop Code + Username + Password

1

ໃສ່ Shop Code 6 ຕົວ

ລະຫັດຮ້ານ 6 ຕົວທີ່ໄດ້ຮັບຈາກການລົງທະບຽນ ເຊັ່ນ 483921

2

ໃສ່ Username

ເບີໂທທີ່ໃຊ້ລົງທະບຽນ ຫຼື Username ທີ່ເຈົ້າຂອງຮ້ານສ້າງໃຫ້

3

ໃສ່ Password ກົດ Login

ລະຫັດຜ່ານທີ່ຕັ້ງໄວ້ — ຖ້າລືມ ຕິດຕໍ່ທີມງານ ECsoft

4

ລະບົບພາເຂົ້າໜ້າຫຼັກ

ໜ້າທີ່ເຫັນຈະຂຶ້ນກັບ Role ຂອງທ່ານ (Owner / Cashier / Kitchen)

ລືມລະຫັດ? ທີມງານ ECsoft ບໍ່ສາມາດດູລະຫັດຜ່ານໄດ້ — ຕ້ອງ reset ຜ່ານ Owner ຂອງຮ້ານ

Role ໃນ ECpos

👑
Owner
ເຂົ້າເຖິງທຸກຢ່າງ — ຈັດການເມນູ, ພະນັກງານ, ລາຍງານ, ຕັ້ງຄ່າ
💵
Cashier
ຮັບອໍເດີ, ຊຳລະເງິນ, ພິມໃບບິນ, ເບິ່ງໂຕະ
🧑‍🍽️
Waiter
ຮັບອໍເດີຈາກໂຕະ, ສົ່ງໄປ Kitchen — ບໍ່ສາມາດຊຳລະເງິນໄດ້
👨‍🍳
Kitchen
ເຫັນ ແລະ ຈັດການອໍເດີໃນຄົວເທົ່ານັ້ນ
🖥️
ECpos
Point of Sale System
Shop Code
4 8 3 9 2 1
Username
020 5200 9988
Password
••••••••
ເຂົ້າສູ່ລະບົບ

ໜ້າ Login

🪑

ຈັດການໂຕະ

ເພີ່ມໂຕະ, ສ້າງ QR Code, ຕິດຕາມສະຖານະ

1

ໄປ Settings → ໂຕະ

Owner ກົດ ຈັດການໂຕະ ໃນໜ້າ Settings

2

ເພີ່ມໂຕະໃໝ່

ກົດ + ເພີ່ມໂຕະ — ໃສ່ຊື່ໂຕະ ເຊັ່ນ ໂຕະ A1, VIP 1

3

ດາວໂຫຼດ QR Code

ກົດ QR ໃນແຕ່ລະໂຕະ — ດາວໂຫຼດຮູບ ພິມໃສ່ປ້າຍໂຕະ

4

ລູກຄ້າ Scan ສັ່ງເອງ

ລູກຄ້າ scan QR ຈາກໂທລະສັບ — ເລືອກ ສັ່ງ ຈ່າຍໂດຍບໍ່ຕ້ອງ App

✅ ສະຖານະໂຕະ: ວ່າງ (ຂຽວ) / ມີລູກຄ້າ (ສີສົ້ມ) / ລໍຖ້າຊຳລະ (ສີແດງ)
ໂຕະທັງໝົດ
A1
ວ່າງ
A2
ມີລູກຄ້າ
A3
ວ່າງ
B1
ລໍຖ້າ
B2
ວ່າງ
B3
ມີລູກຄ້າ

ໜ້າສະຖານະໂຕະ

🛒

ຮັບ ແລະ ຈັດການອໍເດີ

ຮັບ, ຢືນຢັນ ແລະ ຕິດຕາມອໍເດີ

Cashier ຮັບອໍເດີ

1

ເລືອກໂຕະ

ໃນໜ້າ Order ກົດເລືອກ ໂຕະ ທີ່ລູກຄ້ານັ່ງ

2

ເລືອກເມນູ

ກົດເລືອກ ເມນູ ທີ່ລູກຄ້າສັ່ງ — ກົດ + / - ເພື່ອປ່ຽນຈຳນວນ

3

ສົ່ງອໍເດີ

ກົດ ສົ່ງ — ອໍເດີ໌ຈະໄປຫາ Kitchen Display ທັນທີ

Kitchen ຮັບງານ

1

ເບິ່ງ Order Card

Kitchen ເຫັນ card ອໍເດີ໌ໃໝ່ທັນທີ — ມີສຽງແຈ້ງເຕືອນ

2

ກົດ "ຮັບ"

ຢືນຢັນຮັບງານ — ສະຖານະ card ປ່ຽນເປັນ "ກຳລັງເຮັດ"

3

ກົດ "ສຳເລັດ"

ເມື່ອອາຫານພ້ອມ — ແຈ້ງ Cashier ໂດຍອັດຕະໂນມັດ

Kitchen Display — ໂຕະ A2
ໂຕະ A2 ໃໝ່
1x ຂາວໜຽວໄກ່
2x ກາເຟ
ຮັບ
ໂຕະ B1 ກຳລັງເຮັດ
1x ນ້ຳໝາກຂາມ
ສຳເລັດ

Kitchen Display

💰

ການຊຳລະເງິນ

ຮັບເງິນສົດ, ໂອນ BCEL, ຫຼື LaoQR

1

ເປີດໃບບິນ

ໃນໜ້າ Order ກົດ ສ້າງໃບບິນ ທີ່ໂຕະທີ່ຕ້ອງການ

2

ກວດສອບລາຍການ

ລາຍການ, ຈຳນວນ, ລາຄາ — ສາມາດຫຼຸດ discount ໄດ້

3

ເລືອກວິທີຊຳລະ

ເງິນສົດ — ໃສ່ຈຳນວນທີ່ຮັບ ລະບົບຄິດທອນໃຫ້
ໂອນ — ແຈ້ງລູກຄ້າໂອນຜ່ານ BCEL ຫຼື LaoQR

4

ຢືນຢັນ ແລະ ພິມ

ກົດ ຊຳລະ — ລະບົບບັນທຶກ ແລະ ຖາມຈະພິມໃບບິນຫຼືບໍ່

Premium ເທົ່ານັ້ນ: ການຊຳລະຕ້ອງ Subscribe — ທົດລອງ 30 ວັນ ໃຊ້ໄດ້ທຸກຢ່າງ
ໃບບິນ — ໂຕະ A2
ຂາວໜຽວໄກ່ x135,000
ກາເຟ x240,000
ນ້ຳ x110,000
ລວມ85,000 ₭
💵 ເງິນສົດ
📱 ໂອນ
ຢືນຢັນຊຳລະ

ໜ້າຊຳລະເງິນ

🖨️

ການພິມໃບບິນ

ເຊື່ອມຕໍ່ເຄື່ອງພິມ Bluetooth ຫຼື USB

ຕັ້ງຄ່າເຄື່ອງພິມ

1

ໄປ Settings → ເຄື່ອງພິມ

Owner ກົດ ຕັ້ງຄ່າເຄື່ອງພິມ

2

ສະແກນ Bluetooth

ກົດ ສະແກນ — ເລືອກຊື່ເຄື່ອງພິມຈາກລາຍການ

3

ທົດສອບການພິມ

ກົດ Test Print ເພື່ອຢືນຢັນວ່າເຊື່ອມຕໍ່ສຳເລັດ

ຮອງຮັບ: ESC/POS Thermal Printer ຂະໜາດ 58mm ທຸກຍີ່ຫໍ້ — ທັງ Bluetooth ແລະ USB
USB (Windows ເທົ່ານັ້ນ): ຕ້ອງ install driver ຂອງເຄື່ອງພິມກ່ອນ ແລ້ວເລືອກ port COM ທີ່ Settings
ຮ້ານ ທົດລອງ 1
Tel: 020 5200 9988
10/04/2026 14:30
ໂຕະ A2 | Cashier: ນາງ ສຸກ
ຂາວໜຽວໄກ່ x135,000
ກາເຟ x240,000
ນ້ຳ x110,000
ລວມ85,000 ₭
ຮັບ100,000 ₭
ທອນ15,000 ₭
ຂອບໃຈທີ່ໃຊ້ບໍລິການ
ECpos by ECsoft

ຕົວຢ່າງໃບບິນ 58mm

📱

ຕັ້ງຄ່າ LaoQR

ຮັບເງິນດ້ວຍ QR Code ຜ່ານ BCEL One ແລະ ທະນາຄານອື່ນ

1

ຂໍ LaoQR ຈາກທະນາຄານ

ຕິດຕໍ່ທະນາຄານຂອງທ່ານ (BCEL, LDB, ...) ຂໍ ຮູບ QR Static ສຳລັບຮ້ານ

2

ໄປ Settings → LaoQR

Owner ກົດ ຕັ້ງຄ່າ LaoQR ໃນ Settings

3

ອັບໂຫຼດຮູບ QR

ກົດ ເລືອກຮູບ — ອັບໂຫຼດຮູບ QR ຈາກທະນາຄານ

4

ໃຊ້ໃນການຊຳລະ

ເມື່ອລູກຄ້າເລືອກ "ໂອນ" ລະບົບຈະສະແດງ QR Code ໃຫ້ scan ໂດຍອັດຕະໂນມັດ

ລູກຄ້າ Scan QR ຈາກໂຕະ: ລູກຄ້າສາມາດສະແກນ QR ຈາກໂຕະ ສັ່ງ ແລະ ຈ່າຍຜ່ານ LaoQR ໂດຍບໍ່ຕ້ອງໃຫ້ Cashier ຮັບ
👥

ຈັດການພະນັກງານ

ເພີ່ມ, ແກ້ໄຂ, ລຶບ ພະນັກງານ ແລະ ຕັ້ງ Role

1

ໄປ Settings → ພະນັກງານ

Owner ກົດ ຈັດການພະນັກງານ

2

ກົດ "ເພີ່ມພະນັກງານ"

ໃສ່ ຊື່, Username, Password ແລະ ເລືອກ Role

3

ແຈ້ງ Shop Code ໃຫ້ພະນັກງານ

ພະນັກງານໃຊ້ Shop Code + Username + Password login ໄດ້ທຸກ device

ຄວາມປອດໄພ: ພະນັກງານ Cashier ເຫັນໄດ້ແຕ່ໜ້າ Order ແລະ Payment — ບໍ່ສາມາດຈັດການ Settings ໄດ້
ພະນັກງານ
👑
ນາງ ສຸກ
020-5200-9988
Owner
💵
ທ້າວ ຄຳ
020-7700-1122
Cashier
👨‍🍳
ທ້າວ ຫຼ້າ
020-8800-3344
Kitchen
+ ເພີ່ມພະນັກງານ

ໜ້າຈັດການພະນັກງານ

📊

ລາຍງານການຂາຍ

ສະຫຼຸບຍອດ, ເບິ່ງປະຫວັດ ແລະ ສົ່ງອອກ Excel

📅
ລາຍງານປະຈຳວັນ
ຍອດຂາຍ, ຈຳນວນໃບບິນ, ຍອດສະເລ່ຍຕໍ່ໃບ
📈
ເມນູຂາຍດີ
Top 10 ເມນູທີ່ຂາຍດີທີ່ສຸດ ໃນ 7 ວັນ / 30 ວັນ
👤
ລາຍງານ Cashier
ຍອດຂາຍ ແລະ ຈຳນວນບິນ ຕໍ່ Cashier ແຕ່ລະຄົນ
📤
ສົ່ງອອກ Excel
ດາວໂຫຼດ .xlsx ສຳລັບ report ລາຍເດືອນ
ໝາຍເຫດ: ລາຍງານເຫັນໄດ້ສະເພາະ Owner ເທົ່ານັ້ນ
ລາຍງານ — ວັນນີ້
850,000
ຍອດຂາຍ (₭)
24
ໃບບິນ
ເມນູຂາຍດີ
ກາເຟ42 ຈ່ອຍ
ຂາວໜຽວໄກ່28 ຈ່ອຍ
ນ້ຳໝາກຂາມ21 ຈ່ອຍ

ໜ້າລາຍງານ

⚙️

ການຕັ້ງຄ່າລະບົບ

ຂໍ້ມູນຮ້ານ, Subscription ແລະ ຕັ້ງຄ່າຕ່າງໆ

🏪
ຂໍ້ມູນຮ້ານ
ຊື່ຮ້ານ, ເບີໂທ, WhatsApp — ສະແດງໃນໃບບິນ ແລະ ໜ້າ menu QR
🖨️
ເຄື່ອງພິມ
ຕັ້ງຄ່າ Bluetooth / USB Printer — ທົດສອບການພິມ
📱
LaoQR
ອັບໂຫຼດຮູບ QR ຂອງທະນາຄານ ສຳລັບຮັບເງິນໂອນ
💎
Subscription
ເບິ່ງວັນທົດລອງ/ໝົດອາຍຸ — ຕິດຕໍ່ ECsoft ເພື່ອຕໍ່ອາຍຸ
📋
ເມນູ ແລະ ໝວດໝູ່
ເພີ່ມ, ແກ້ໄຂ, ລຶບ ເມນູ ແລະ ໝວດໝູ່ທັງໝົດ
🪑
ໂຕະ ແລະ QR Code
ຈັດການໂຕະ, ດາວໂຫຼດ QR Code ສຳລັບແຕ່ລະໂຕະ
ສຳຄັນ: ການຕັ້ງຄ່າທຸກຢ່າງ ສາມາດເຮັດໄດ້ສະເພາະ Owner ເທົ່ານັ້ນ